English | ລາວ
ການຂໍອະນຸຍາດລົງທຶນ/ຂໍສຳປະທານເນື້ອທີ່ດິນ ໃນກິດຈະການກະສິກຳ.
ກ. ການຂໍອະນຸຍາດສຶກສາຄວາມເປັນໄປໄດ້ຂອງໂຄງການ ແລະ ຂໍເຊັນບົດບັນທຶກຄວາມເຂົ້າໃຈ (MOU).
ຜູ້ລົງທຶນ ທີ່ມີຈຸດປະສົງດຳເນີນທຸລະກິດກ່ຽວກັບກິດຈະການກະສິກຳ ແລະ ຕ້ອງມີການສຳປະທານເນື້ອທີ່ດິນຈາກລັດຖະບານ ຕ້ອງຂໍ ອະນຸຍາດລົງເກັບກຳຂໍ້ມູນເບື້ອງຕົ້ນດ້ວຍຕົນເອງຈາກຂະແໜງ ກະສິກຳ ແລະ ປ່າໄມ້ ຫລື ຂະແໜງ ຜທ ແລ້ວສົມທົບກັບຂະແໜງການ ທີ່ກ່ຽວຂ້ອງ ຢູ່ຂັ້ນທ້ອງຖິ່ນ. ພາຍຫລັງໄດ້ຂໍ້ມູນເບື້ອງຕົ້ນກ່ຽວກັບຂອບເຂດເນື້ອທີ່ດິນ ແລະ ຈຸດທີ່ຕັ້ງຂອງໂຄງການ, ນັກລົງທຶນສາມາດ ຢື່ນຄຳຮ້ອງຂໍລົງທຶນກັບຂະແໜງ ຜທ ຂັ້ນສູນກາງ ຫລື ທ້ອງຖິ່ນ ເພື່ອຂໍອະນຸມັດ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບລັດຖະບານ ໃນການດຳເນີນການສຳຫລວດເນື້ອທີ່ດິນລະອຽດ, ໂດຍການຕົກລົງເຫັນດີຂອງຂະແໜງການທີ່ກ່ຽວຂອງ ເຊັ່ນ: ຂະແໜງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແໜງກະສິກຳ ແລະ ປ່າໄມ້ ເປັນຕົ້ນ.
ຜູ້ລົງທຶນຕ້ອງຢື່ນຄຳຮ້ອງຕໍ່ຂະແໜງ ຜທ ຂັ້ນສູນກາງ ຫຼື ຂັ້ນທ້ອງຖິ່ນ ຕາມການແບ່ງຂັ້ນຄຸ້ມຄອງດັ່ງນີ້:
ລ/ດ |
ຂັ້ນສູນກາງເປັນຜູ້ພິຈາລະນາ |
ຂັ້ນແຂວງ, ນະຄອນຫຼວງ ເປັນຜູ້ພິຈາລະນາ |
1 |
ກິດຈະການສຳປະທານທີ່ດິນປູກພືດລົ້ມລຸກ ແລະ ພືດສະບ່ຽງອາຫານ |
ກິດຈະການສຳປະທານທີ່ດິນປູກພືດລົ້ມລຸກ ແລະ ພືດສະບ່ຽງອາຫານ |
2 |
ກິດຈະການສຳປະທານທີ່ດິນລ້ຽງສັດໃຫຍ່ ງົວ, ຄວາຍ ແລະ ອື່ນໆ |
ກິດຈະການສຳປະທານທີ່ດິນລ້ຽງສັດໃຫຍ່ງົວ, ຄວາຍ ແລະ ອື່ນໆ |
3 |
ກິດຈະການສຳປະທານທີ່ດິນປູກໄມ້ຫມາກ ແລະ ພືດຢືນຕົ້ນ, ໄມ້ອຸດສາຫະກຳ (ໄມ້ກະຖິນນະໂລງ, ໄມ້ວິກ) |
ກິດຈະການສຳປະທານທີ່ດິນປູກໄມ້ຫມາກ ແລະ ພືດຢືນຕົ້ນ, ໄມ້ອຸດສາຫະ ກຳ (ໄມ້ກະຖິນນະໂລງ, ໄມ້ວິກ) |
4 |
ກິດຈະການສຳປະທານທີ່ດິນປູກພືດເສດຖະກິດ (ອ້ອຍ, ສາລີ....) |
ກິດຈະການສຳປະທານທີ່ດິນປູກພືດພິເສດ (ຕົ້ນດອກຕາເວັ້ນ, ພືດສະມຸນໄພ) |
|
ກິດຈະການສຳປະທານທີ່ດິນປູກເຄື່ອງປ່າຂອງດົງ ແລະ ພືດເປັນຢາ |
ກິດຈະການສຳປະທານທີ່ດິນປູກເຄື່ອງປ່າຂອງດົງ ແລະ ພືດເປັນຢາ |
6 |
ກິດຈະການສຳປະທານທີ່ດິນລ້ຽງສັດປີກ, ສັດນ້ອຍເຊັ່ນ: ແບ້, ແກະ ແລະ ອື່ນໆ |
ກິດຈະການສຳປະທານທີ່ດິນລ້ຽງສັດປີກ, ສັດນ້ອຍເຊັ່ນ: ແບ້, ແກະ ແລະ ອື່ນໆ |
7 |
ກິດຈະການສຳປະທານທີ່ດິນ ລ້ຽງສັດນ້ຳ, ສັດປ່າ |
ກິດຈະການສຳປະທານທີ່ດິນ ລ້ຽງສັດນ້ຳ, ສັດປ່າ |
ອີງຕາມດຳລັດ 135/ນຍ, ລົງວັນທີ 25/05/2009 ວ່າດ້ວຍການເອົາດິນລັດໃຫ້ເຊົ່າ ຫລື ສຳປະທານ ມາດຕາ 28 ການອະນຸຍາດ ໃຫ້ສຳປະທານທີ່ດິນປ່າຊຸດໂຊມ ເພື່ອກິດຈະການກະສິກຳ ແລະ ປູກໄມ້ ແລະ ມາດຕາທີ 29 ການອະນຸຍາດໃຫ້ສຳປະທານທີ່ດິນປອກໂຫລ້ນ ເພື່ອກິດຈະການກະສິກຳ ແລະ ປູກໄມ້ ມີດັ່ງນີ້:
- ປ່າຊຸດໂຊມບໍ່ເກີນ 150 ເຮັກຕາຕໍ່ 1 ໂຄງການ, ກຳນົດເວລາການສຳປະທານສູງສຸດບໍ່ເກີນ 30 ປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ກໍລະນີ.
- ທີ່ດິນປອກໂຫລ້ນບໍ່ເກີນ 500 ເຮັກຕາຕໍ່ 1 ໂຄງການ, ກຳນົດເວລາການສຳປະທານສູງສຸດບໍ່ເກີນ 40 ປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ກໍລະນີ.
- ປ່າຊຸດໂຊມເນື້ອທີ່ແຕ່ 150 - 15.000 ເຮັກຕາຕໍ່ 1 ໂຄງການ, ກຳນົດເວລາການສຳປະທານເກີນກວ່າ 30 ປີ ແຕ່ສູງສຸດບໍ່ເກີນ 40 ປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ກໍລະນີ.
- ທີ່ດິນປອກໂຫລ້ນ ເນື້ອທີ່ແຕ່ 500 – 30.000 ເຮັກຕາຕໍ່ 1 ໂຄງການ, ກຳນົດເວລາການສຳປະທານເກີນກວ່າ 40 ປີ ແຕ່ສູງສຸດບໍ່ເກີນ 60 ປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ກໍລະນີ.
ຄຳຮ້ອງທີ່ຍື່ນ ຈຳນວນ 6 ຊຸດ ແລະ ຜູ້ລົງທຶນຕ້ອງເກັບສຳເນົາຄຳຮ້ອງຂໍລົງທຶນ 1 ສະບັບ ໄວ້ເປັນຫລັກຖານ.
ຂະບວນການພິຈາລະນາການຂໍອະນຸຍາດສຶກສາຄວາມເປັນໄປໄດ້ໃນການພັດນາໂຄງການກະສິກຳ ຫລື ຂໍເຊັນ MOU
(ການເຊັນ MOU ຈະບໍ່ມີໃບທະບຽນສຳປະທານ)
- ຂອບເຂດໜ້າວຽກທີ່ຜູ້ລົງທຶນຈະຕ້ອງປະຕິບັດໃນສັນຍາ MOU ໂດຍທົ່ວໄປປະກອບມີ:
ພາຍຫຼັງການເຊັນບົດບັນທຶກຄວາມເຂົ້າໃຈ MOU, ຜູ້ລົງທຶນຕ້ອງວາງເງິນຄ້ຳປະກັນກັບຂະແຫນງ ຜທ ຂັ້ນສູນກາງ ຫຼື ທ້ອງຖິ່ນ, ຈາກນັ້ນ ຂະແຫນງດັ່ງກ່າວ ຈະອອກໃບຢັ້ງຢືນໃຫ້ຜູ້ລົງທຶນ.
ເນື້ອທີ່ດິນສຳປະທານ |
ເງິນຄ້ຳປະກັນ |
2 - 150 ເຮັກຕາ |
30.000 ໂດລາສະຫະລັດ |
151 - 1.000 ເຮັກຕາ |
50.000 ໂດລາສະຫະລັດ |
1.000 ເຮັກຕາຂື້ນໄປ |
70.000 ໂດລາສະຫະລັດ |
ຂ. ສັນຍາພັດທະນາໂຄງການ (Project Development Agreement “PDA”) /ສັນ ຍາສຳປະທານ (Concession Agreement “CA”)
ພາຍຫລັງໄດ້ເຊັນ MOU ແລະ ໄດ້ມີການສຳຫລວດເນື້ອທີ່ດິນ ທີ່ຊັດເຈນແລ້ວ, ພ້ອມທັງໄດ້ມີການຮັບຮອງບົດວິພາກເສດຖະກິດ-ເຕັກນິກ, ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ (ESIA) ຫລື ບົດລາຍງານການສຶກສາເບື້ອງຕົ້ນກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ (IEE) ໂດຍຜ່ານລະບຽບການຕ່າງໆຂອງຂະແໜງກະສິກຳ-ປ່າໄມ້ ແລະ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແລ້ວ ຜູ້ລົງທຶນສາມາດຢື່ນສະເໜີຕໍ່ຂະແໜງ ຜທ ເພື່ອຂໍກ້າວໄປສູ່ຂັ້ນຕອນພັດທະນາ ຫລື ດຳເນີນກິດຈະການ ໂດຍການ ເຊັນສັນຍາພັດທະນາໂຄງການ (PDA) / ສັນຍາສໍາປະທານ (CA) ກັບລັດຖະບານ.
ພາຍຫລັງເຊັນສັນຍາພັດທະນາໂຄງການ (PDA) / ສັນຍາສໍາປະທານ (CA) ກັບລັດຖະບານແລ້ວ ຜູ້ລົງທຶນພາຍໃນ ຫລື ຕ່າງປະເທດ ຕ້ອງສ້າງຕັ້ງບໍລິສັດໂຄງການ (Project Company) ຂື້ນ ເພື່ອດຳເນີນກິດຈະການ ຫຼື ຈັດຕັ້ງປະຕິບັດສັນຍາພັດທະນາໂຄງການ/ສັນຍາ ສຳປະທານ, ຊຶ່ງໃບທະບຽນສຳປະທານຈະອອກໃຫ້ໂດຍຂະແໜງ ຜທ ຫລັງຈາກນັ້ນ, ກໍສາມາດຈັດຕັ້ງປະຕິບັດໂຄງການ ໂດຍສອດຄອງ ກັບບົດວິພາກເສດຖະກິດ-ເຕັກນິກຂອງໂຄງການ ແລະ ຕາມລະບຽບກົດໝາຍຂອງ ສປປ ລາວ.
ຂະບວນການພິຈາລະນາການຂໍອະນຸຍາດ ແລະ ການອອກໃບທະບຽນສຳປະທານ (ກິດຈະການກະສິກຳ)
Copyright © 2014 Investment Promotion Department, Vientiane Capital, Laos PDR