English | ລາວ
ຂັ້ນຕອນການຂໍຂື້ນໃບທະບຽນສຳປະທານ ແລະ ໃບອະນຸຍາດລົງທຶນ
ການຂໍຂື້ນໃບທະບຽນສຳປະທານ (ໄຟຟ້າ, ບໍ່ແຮ່, ກະສິກຳ ແລະ ກິດຈະການອື່ນໆທີ່ຕິດພັນກັບການສຳປະທານ, ສຳປະທານສິດ ແລະ ກິດຈະການຍຸດທະສາດ) ແມ່ນມີຂັ້ນຕອນການອອກໃບທະບຽນສຳປະທານດັ່ງນີ້:
- ເອກະສານຂໍຮັບຮອງກົດລະບຽບ ຈຳນວນ 5 ຊຸດ.
1. ຂໍເລກລະຫັດວິສາຫະກິດ ເອກະສານປະກອບມີ:
- ໃບສະເໜີຈອງຊື່ວິສາຫະກິດ ຂອງບໍລິສັດ;
- ໃບຄຳຮ້ອງແຈ້ງຂື້ນທະບຽນວິສາຫະກິດ ຂອງບໍລິສັດ;
- ສັນຍາສ້າງຕັ້ງວິສາຫະກິດ ຂອງບໍລິສັດ;
- ກົດລະບຽບວິສາຫະກິດ ຂອງບໍລິສັດ;
- ສຳເນົາ ຄໍາຮ້ອງຂໍລົງທຶນ;
ຂັ້ນຕອນການພິຈາລະນາອອກໃບທະບຽນສຳປະທານ ແລະ ໃບອະນຸຍາດລົງທຶນ
ທຸກກິດຈະການສຳປະທານ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ, ຈະໄດ້ຮັບໃບທະບຽນສຳປະທານຈາກ ຄລທ ຂັ້ນສູນກາງ ຫລື ຂັ້ນທ້ອງຖິ່ນ, ຊຶ່ງໃນໃບທະບຽນດັ່ງກ່າວ ແມ່ນການສ້າງຕັ້ງນິຕິບຸກຄົນຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງລາວ.
ພາຍຫລັງທີ່ໄດ້ຮັບອະນຸມັດດ້ານຫລັກການຈາກລັດຖະບານ ຜູ້ລົງທຶນຕ້ອງສົມທົບກັບຫ້ອງການບໍລິການການລົງທຶນປະຕູດຽວ ເພື່ອປະກອບເອກະສານຂໍໃບທະບຽນສຳປະທານ ດັ່ງຕໍ່ໄປນີ້:
1. ປະກອບແບບຟອມຄຳຮ້ອງຄົບຊຸດ ຫລື ຂຽນແບບຟອມ ສຳລັບເອົາເລກລະຫັດວິສາຫະກິດ ແລະ ເລກປະຈຳຕົວຜູ້ເສຍ ອາກອນ ແລ້ວຢື່ນຜ່ານ ຫປດ;
2. ສ້າງຮ່າງໃບອະນຸຍາດສຳປະທານ ໂດຍສົມທົບກັບຜູ້ລົງທຶນ ເພື່ອກວດກາຄວາມຖືກຕ້ອງ;
3. ສ້າງກົດລະບຽບພາຍໃນບໍລິສັດ (ຕາມແບບຟອມທີ່ຂະແໜງ ຜທ ກຳນົດໄວ້) ເພື່ອໃຫ້ ກລທ ຮັບຮອງເອົາ (ໃບສະເໜີ ເພື່ອຮັບຮອງ 1 ສະບັບ ແລະ ກົດລະບຽບ 5 ສະບັບ);
4. ຫ້ອງການປະຕູດຽວ ເຮັດສະໂນດນຳສົ່ງຂໍເລກລະຫັດວິສາຫະກິດ ແລະ ເລກປະຈໍຳຕົວຜູ້ເສຍອາກອນ 12 ຕົວເລກ (ກົມສ່ວຍສາອາກອນ) ແລະ ສົ່ງມອບໃຫ້ ຫປດ ກະຊວງ/ພະແນກ ຜທ ໂດຍມີຂັ້ນຕອນດັ່ງນີ້:
4.1) ຜູ້ລົງທຶນຕ້ອງໄດ້ຍື່ນແບບຟອມຄຳຮ້ອງຄົບຊຸດ ແລະ ສະໂນດນຳສົ່ງຂໍເລກລະຫັດວິສາຫະກິດ ກັບກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ;
4.2) ຜູ້ລົງທຶນຕ້ອງໄດ້ຈົດທະບຽນຊັບສິນບໍລິສັດ ນຳກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນ (ໂດຍການປະສານສົມທົບ ກັບວິຊາການ ຫປດ) ຫາກກໍລະນີຜູ້ລົງທຶນໄດ້ຮັບອະນຸຍາດລົງທຶນກັບຂັ້ນທ້ອງຖິ່ນ ເຊັ່ນ: ແຂວງ/ນະຄອນຫລວງ ແມ່ນຕ້ອງຍື່ນ ຈົດທະບຽນຊັບສິນບໍລິສັດ ນຳພະແນກຄຸ້ມຄອງຊັບສິນຂອງລັດ ຂັ້ນແຂວງ/ນະຄອນຫລວງ;
4.3) ຍື່ນແບບຟອມກັບພະແນກສ່ວຍສາອາກອນແຂວງ/ນະຄອນຫລວງ ພ້ອມໄດ້ຮັບເລກປະຈຳຕົວຜູ້ເສຍອາກອນ 9 ຕົວເລກ (ຂັ້ນທ້ອງຖິ່ນເປັນຜູ້ຄຸ້ມຄອງ) ແລະ ເສຍຄ່າທຳນຽມ (ອັດຕາຄ່າທຳນຽມໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ I);
4.4) ຫລັງຈາກນັ້ນ ຍື່ນເອກະສານທັງໝົດ ກັບກົມສ່ວຍສາອາກອນ ກະຊວງການເງິນ ເພື່ອເພື່ອຂໍເອົາເລກປະຈຳຕົວ ຜູ້ເສຍອາກອນ 12 ຕົວເລກ.
5. ກລທ (ພະແນກຄົ້ນຄວ້າວິໄຈໂຄງການ) ອອກໃບທະບຽນສຳປະທານ (ກຳນົດເລກລະຫັດວິສາຫະກິດ ແລະ ເລກປະຈຳຕົວ ຜູ້ເສຍອາກອນໃສ່ໃນໃບດຽວກັນ) ແລະ ຫປດ ມອບໃບທະບຽນສຳປະທານໃຫ້ຜູ້ລົງທຶນ;
ຫມາຍເຫດ: ພາຍຫລັງຜູ້ລົງທຶນ ໄດ້ຮັບອະນຸຍາດດ້ານຫຼັກການຈາກລັດຖະບານ ໂດຍຜ່ານຄະນະສົ່ງເສີມການລົງທຶນ (ຄລທ) ຂັ້ນສູນກາງ ຫລື ທ້ອງຖິ່ນແລ້ວ ຜູ້ລົງທຶນຕ້ອງໄດ້ຂໍໃບອະນຸຍາດດຳເນີນກິດຈະການປະເພດນັ້ນໆ ທີ່ຂື້ນກັບຂະແໜງການ ທີ່ກ່ຽວຂ້ອງຕື່ມ ຈຶ່ງສາມາດດຳເນີນທຸລະກິດໄດ້.
Copyright © 2014 Investment Promotion Department, Vientiane Capital, Laos PDR