English | ລາວ
ການຂໍອະນຸຍາດລົງທຶນໃນກິດຈະການແຮ່ທາດ.
ກ. ຂັ້ນຕອນການຊອກຄົ້ນ - ສໍາຫລວດ.
- ຜູ້ລົງທຶນ (ນິຕິບຸກຄົນ) ທີ່ມີຈຸດປະສົງດຳເນີນທຸລະກິດກ່ຽວກັບແຮ່ທາດ ຕ້ອງຂໍອະນຸຍາດເກັບກຳຂໍ້ມູນເບື້ອງຕົ້ນສະເພາະແຮ່ທາດໃດຫນຶ່ງ ຈາກຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ໂດຍການຢືນຄຳຮ້ອງເຖິງກົມທໍລະນີສາດ, ກຊສ ຫລື ພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມຂອງແຂວງ);
- ການເກັບກຳຂໍ້ມູນເບື້ອງຕົ້ນນັ້ນ ຈະດຳເນີນຢູ່ຫ້ອງການ ແລະ ຢູ່ພາກສະໜາມເພື່ອສຶກສາບ່ອນປະກົດແຮ່ທາດ, ສະພາບແວດລ້ອມ ແລະ ເກັບຕົວຢ່າງເທິງຫນ້າດິນມາວິໄຈ (ຊຶ່ງຈະມີການເຮັດບົດບັນທຶກການລົງເກັບກຳຂໍ້ມູນເບື້ອງຕົ້ນ ແລະ ເຮັດບົດລາຍງານຜົນ ການລົງເກັບກຳຂໍ້ມູນເບື້ອງຕົ້ນກ່ຽວກັບແຮ່ທາດ);
- ພາຍຫລັງເກັບກຳຂໍ້ມູນເບື້ອງຕົ້ນແລ້ວ ຖ້າຫາກເຫັນວ່າມີຂໍ້ມູນພຽງພໍ ຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງລົງທຶນ ໃນກິດຈະການກ່ຽວກັບແຮ່ທາດ (ສຳປະທານເພື່ອການຊອກຄົ້ນ ແລະ ສຳຫຼວດແຮ່ທາດ) ຕ້ອງຍື່ນຄຳຮ້ອງຕໍ່ຂະແຫນງການແຜນການ ແລະ ການລົງທຶນເພື່ອພິຈາລະນາ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດຫມາຍວ່າດ້ວຍການສົ່ງເສີມການລົງທຶນ.
ເຊິ່ງຜູ້ລົງທຶນຕ້ອງຢື່ນຄຳຮ້ອງຕໍ່ຂະແໜງ ຜທ ຂັ້ນສູນການ ຫຼື ຂັ້ນທ້ອງຖິ່ນ ຕາມການແບ່ງຂັ້ນຄຸ້ມຄອງດັ່ງນີ້:
ລຳດັບ |
ຂັ້ນສູນກາງເປັນຜູ້ພິຈາລະນາ |
ຂັ້ນແຂວງ/ນວ ເປັນຜູ້ພິຈາລະນາ |
1 |
ກິດຈະການຊອກຄົ້ນ-ສຳຫຼວດແຮ່ທາດທຸກປະເພດ (ຍົກເວັ້ນ ແຮ່ທີກົດໝາຍເກືອດຫ້າມ) |
ການຂຸດຄົ້ນແຮ່ທາດແບບຫັດຖະກຳ (ນຳໃຊ້ເຄື່ອງມື ແບບປະຖົມພື້ນຖານ ແລະ ບໍ່ໄດ້ນຳໃຊ້ກົນຈັກຂຸດຄົ້ນ) ແຮ່ທາດທີ່ອະນຸຍາດໃຫ້ຂຸດຄົ້ນແບບຫັັດຖະກຳຄື: ແຮ່ຄຳຕົກຂ້ອນ, ແຮ່ກົ່ວຕົກຂ້ອນ ແລະຫ່າງແຮ່ |
2 |
ກິດຈະການຂຸດຄົ້ນແຮ່ທາດແບບອຸດສາຫະກຳ (ນຳໃຊ້ເຄື່ອງມື ກົນຈັກໃນການຂຸດຄົ້ນ) |
ກິດຈະການຂຸດຄົ້ນຫີນ, ຊາຍ ສຳລັບວຽກງານກໍ່ສ້າງ |
3 |
ກິດຈະການປຸງແຕ່ງແຮ່ທາດ |
|
4 |
ກິດຈະການສຳຫລວດ-ຂຸດຄົ້ນນ້ຳມັນດິບ ແລະ ອາຍແກັສ |
|
ຄຳຮ້ອງທີ່ຍື່ນ ຈຳນວນ 6 ຊຸດ ແລະ ຜູ້ລົງທຶນຕ້ອງເກັບສຳເນົາຄຳຮ້ອງຂໍລົງທຶນ 1 ສະບັບ ໄວ້ເປັນຫລັກຖານ.
ຂະບວນການພິຈາລະນາການຂໍອະນຸຍາດ ແລະ ການອອກໃບທະບຽນສຳປະທານແຮ່ທາດສຳຫລັບກິດຈະການຊອກຄົ້ນ-ສຳຫລວດ
ຫມາຍເຫດ: ພາຍຫລັງຜູ້ລົງທຶນ ໄດ້ຮັບໃບທະບຽນສຳປະທານ ຊອກຄົ້ນ ແລະ ສຳຫລວດ ແລ້ວ ຜູ້ລົງທຶນຕ້ອງໄດ້ຂໍໃບອະນຸຍາດ ດຳເນີນກິດຈະການຊອກຄົ້ນ ແລະ ສຳຫລວດກັບກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ).
1. ໄລຍະການຊອກຄົ້ນທົ່ວໄປ:
- ສຶກສາເອກະສານຂໍ້ມູນ;
- ດຳເນີນວຽກງານຢູ່ພາກສະຫນາມ ກ່ຽວກັບສະພາບທໍລະນີສາດ ແລະ ປະກົດການທີ່ມີແຮ່ທາດ;
- ສັງລວມຕີລາຄາຄຸນລັກສະນະ ຂອງແຮ່ທາດ;
- ກຳນົດເຂດທີ່ມີຄວາມເປັນໄປໄດ້ ເພື່ອກ້າວສູ່ການສຳຫຼວດ.
2. ໄລຍະການສຳຫລວດ:
- ແມ່ນການສຶກສາໂຄງສ້າງທາງດ້ານທໍລະນີສາດ ແລະ ແຫຼ່ງແຮ່ທາດ ໃນຂອບເຂດເນື້ອທີ່ທີ່ໄດ້ກຳ ນົດໃຫ້ສຳຫລວດ;
- ປະກອບດ້ວຍວຽກງານທໍລະນີສາດ, ທໍລະນີຟີຊິກ, ເຈາະສຳຫລວດ, ເຈາະອຸມົງ, ຂຸດຂຸມຄອງ, ຂຸດສ້າງ, ເກັບຕົວຢ່າງ, ວິເຄາະວິໄຈ ແລະ ອື່ນໆ;
- ໃຫ້ຮູ້ປະລິມານສະສົມ ແລະ ຄຸນນະພາບຂອງແຫຼ່ງແຮ່ທາດ;
- ປະເມີນຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກເບື້ອງຕົ້ນ ແລະ ເງື່ອນໄຂທາງດ້ານເຕັກ ນິກຂອງການຂຸດຄົ້ນ;
- ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ມີອາຍຸໜຶ່ງປີ ແລະ ສາມາດຕໍ່ໄດ້ໜຶ່ງເທື່ອບໍ່ເກີນໜຶ່ງປີ ຕາມການພິຈາລະນາ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ;
- ໃນຂັ້ນຕອນນີ້ຈະເນັ້ນໜັກລົງເລິກກ່ຽວກັບຜົນການຄິດໄລ່ປະລິມານສະສົມແຮ່ທາດທີ່ຈະນຳມາຮັບໃຊ້ໃຫ້ແກ່ການສ້າງບົດວິພາກໃຫ້ມີ ຄວາມຊັດເຈນ ໃຫ້ໃກ້ຄຽງກັບມາດຖານການຈັດແບ່ງຂັ້ນປະລິມານສະສົມແຮ່ທາດທີ່ສາກົນ ພວມນຳໃຊ້ຢູ່;
- ນອກນັ້ນຍັງແມ່ນການປະເມີນເບື້ອງຕົ້ນກ່ຽວກັບການວາງແຜນການຂຸດຄົ້ນ, ປຸງແຕ່ງ, ຜະລິດ ແລະ ຈຳໜ່າຍ;
- ປະເມີນເບື້ອງຕົ້ນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງການປະເມີນປະສິດທິຜົນທາງ ດ້ານເສດຖະກິດຂອງໂຄງການ ດັ່ງກ່າວ.
ໝາຍເຫດ: ໄລຍະເວລາຂອງການດຳເນີນງານທັງ 3 ໄລຍະແມ່ນຂື້ນກັບຜົນການເຈລະຈາສັນຍາ;
ເນື້ອທີ່ດິນສຳປະທານ |
ເງິນຄ້ຳປະກັນ |
1-300 ກມ2 |
50.000 ໂດລາສະຫະລັດ |
301-500 ກມ2 |
100.000 ໂດລາສະຫະລັດ |
ສຳລັບການວາງເງິນຄ້ຳປະກັນຂອງແຮ່ທາດອະໂລຫະ, ແຮ່ທາດພະລັງງານເຊື້ອໄຟ, ແລະແຮ່ທາດແຫລວ ຈະມີລະບຽບການສະເພາະໃນການກຳນົດເນື້ອທີ່ ແລະ ຈຳນວນເງິນຄ້ຳປະກັນ.
Copyright © 2014 Investment Promotion Department, Vientiane Capital, Laos PDR