ຕາມຂັ້ນຕອນ
ຮູບການລົງທຶນ ແລະ ກິດຈະການການລົງທຶນ
1. ຮູບການລົງທຶນ
ກົດຫມາຍກຳນົດການລົງທຶນ 3 ຮູບແບບ:
- ການລົງທຶນ 100% (ການລົງທຶນຝ່າຍດຽວຂອງຜູ້ລົງທຶນພາຍໃນ ຫລື ຕ່າງປະເທດ).
- ການລົງທຶນແບບຮຸ້ນສ່ວນ ລະຫວ່າງພາຍໃນ ແລະ ຕ່າງປະເທດ (ການຖືຮຸ້ນຂອງຝ່າຍຕ່າງປະເທດບໍ່ໃຫ້ຫລຸດ 10% ຂອງທຶນຈົດທະບຽນ).
- ການລົງທຶນແບບທຸລະກິດຮ່ວມຕາມສັນຍາ ແມ່ນການລົງທຶນຮ່ວມລະຫວ່າງນິຕິບຸກຄົນພາຍໃນ ສປປ ລາວ ກັບນິຕິບຸກຄົນຕ່າງປະເທດ ທີ່ໄດ້ກຳນົດໄວ້ໃນສັນຍາໂດຍບໍ່ໄດ້ສ້າງຕັ້ງເປັນນິຕິບຸກຄົນໃຫມ່ ຫລື ສາຂາຂື້ນຢູ່ ສປປ ລາວ.
2. ກິດຈະການການລົງທຶນ
ກິດຈະການລົງທຶນມີ 3 ປະເພດ:
- ກິດຈະການສຳປະທານ.
- ກິດຈະການທົ່ວໄປ.
- ກິດຈະການພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຂສພ).
ການຍື່ນຄຳຮ້ອງການລົງທຶນ ແລະ ລະບຽບການອະນຸມັດກາລົງທຶນ

2.1 ການລົງທຶນໃນກິດຈະການສຳປະທານ ແລະ ກິດຈະການຍຸດທະສາດ
- ກິດຈະການສຳປະທານ ແມ່ນກິດຈະການທີ່ໄດ້ຮັບອະນຸຍາດຈາກລັດໃຫ້ນຳໃຊ້ສິດໃນກຳມະສິດ ແລະ ສິດອື່ນໆ ຂອງລັດຕາມລະບຽບເພື່ອພັດທະນາ ແລະ ດຳເນີນທຸລະກິດໃດໜຶ່ງເປັນຕົ້ນ: ສິດສຳປະທານທີ່ດິນ, ແຮ່ທາດ, ພະລັງງານໄຟຟ້າ, ກິດຈະການທີ່ເປັນຍຸດທະສາດ: ສາຍການບິນໂທລະຄົມມະນາຄົມ, ປະກັນໄພ, ສະຖາບັນການເງິນ.
- ຂະແໜງແຜນການ ແລະ ການລົງທຶນ ເປັນຜູ້ພິຈາລະນາກິດຈະການສຳປະທານ ພາຍໃຕ້ກົດ ຫມາຍສົ່ງເສີມການລົງທຶນ.
- ຂັ້ນຕອນການພິຈາລະນາກິດຈະການສຳປະທານ ແມ່ນຂຶ້ນກັບປະເພດກິດຈະການທີ່ມີໃນບັນຊີຮຽກການລົງທຶນຫລືບໍ່ມີໃນບັນຊີດັ່ງກ່າວ.
- ຜູ້ສະເຫນີຂໍສຳປະທານຕ້ອງມີຖານະເປັນນິຕິບຸກຄົນເທົ່ານັ້ນ.
- ໃບທະບຽນສຳປະທານ ລວມເອົາການອະນຸຍາດລົງທຶນ, ນະໂຍບາຍສົ່ງເສີມ, ເລກລະຫັດວິສາ ຫະກິດ ແລະ ເລກປະຈຳຕົວຜູ້ເສຍອາກອນ.
2.2 ການລົງທຶນໃນກິດຈະການທົ່ວໄປ
- ກິດຈະການທົ່ວໄປ ແມ່ນກິດຈະການລົງທຶນໃນຂະແໜງທຸລະກິດທົ່ວໄປ ລວມທັງກິດຈະການທີ່ນອນໃນບັນຊີຄວບຄຸມ (Nagative List) ແລະ ນອກບັນຊີຄວບຄຸມ (Non Nagative List) ແຕ່ກິດຈະການເຫລົ່ານັ້ນ ບໍ່ແມ່ນກິດຈະການສຳປະທານ.
- ຂະແໜງອຸດສາຫະກຳ ແລະ ການຄ້າເປັນຜູ້ພິຈາລະນາອອກໃບທະບຽນວິສາຫະກິດຕາມຂັ້ນຕອນທີ່ກຳນົດໃນກົດຫມາຍວ່າດ້ວຍວິສາຫະກິດ.
- ກິດຈະການລົງທຶນທີ່ບໍ່ນອນໃນບັນຊີຄວບຄຸມ ສາມາດອອກໃບທະບຽນວິສາຫະກິດພາຍໃນ 10 ວັນລັດຖະການ.
- ກິດຈະການລົງທຶນທີ່ນອນໃນບັນຊີຄວບຄຸມ ສາມາດອອກໃບທະບຽນວິສາຫະກິດພາຍໃນ 13 ວັນລັດຖະການ.
- ໃບທະບຽນວິສາຫະກິດລວມເອົາການອະນຸຍາດລົງທຶນ, ນະໂຍບາຍສົ່ງເສີມ ແລະ ເລກປະຈຳຕົວຜູ້ເສຍອາກອນ.
2.3 ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຂພສ):
- ລັດຖະບານເປັນຜູ້ກຳນົດ ແລະ ຮັບຮອງການພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຂສພ) ແລະ ການສະເຫນີຂໍລົງທຶນ ຕ້ອງນອນໃນເປົ້າຫມາຍ.
- ຂສພ ປະກອບມີ:
- ເຂດອຸດສາຫະກຳ
- ເຂດຜະລິດເພື່ອສົ່ງອອກ
- ເຂດທ່ອງທ່ຽວ
- ເຂດການຄ້າ / ເຂດການຄ້າຊາຍແດນ
- ເຂດປອດພາສີ
- ເຂດພັດທະນາ IT
ໝາຍເຫດ: ການຂໍອະນຸຍາດລົງທຶນໃນ ຂສພ ແມ່ນມີ 2 ລັກສະນະດັ່ງນີ້:
1. ຜູ້ພັດທະນາເຂດ: ສາມາດຂໍອະນຸຍາດລົງທຶນກັບຫ້ອງການກອງເລຂາ, ຄະນະກຳມະ ການແຫ່ງຊາດລາວ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ "ຄຂພສ", ຊຶ່ງຕ້ອງປະກອບເອກະສານມີຄື:
- ແຜນແມ່ບົດ (Master Plan) ສຳລັບຈຸດປະສົງພັດທະນາ ຂພສ.
- ບົດລາຍງານການວິເຄາະທາງດ້ານເສດຖະກິດ-ເຕັກນິກ.
- ບົດລາຍງານຜົນກະທົບສິ່ງແວດລ້ອມ.
- ຮ່າງຂອງຂໍ້ຕົກລົງສັນຍາ.
- ສະຖານະທາງດ້ານການເງິນ.
2. ຜູ້ລົງທຶນໃນ ຂສພ: ເປັນການລົງທຶນໃສ່ໃນ ຂສພ ທີ່ມີຢູ່ແລ້ວ, ຜູ້ລົງທຶນສາມາດຂໍອະນຸຍາດລົງທຶນກັບຜູ້ບໍລິຫານ ຂສພ ທີ່ຕົນຕ້ອງການເຂົ້າໄປລົງທຶນໃນເຂດນັ້ນໆໄດ້ເລີຍ.
3. ອາຍຸການລົງທຶນ
- ການລົງທຶນໃນກິດຈະການທົ່ວໄປ ບໍ່ຈຳກັດອາຍຸການລົງທຶນ ເວັ້ນເສຍແຕ່ກິດຈະການລົງທຶນທີ່ໄດ້ກຳນົດອາຍຸການລົງທຶນ ໄວ້ໃນລະບຽບກົດໝາຍສະເພາະ ຂອງຂະແໜງການທີ່ກ່ຽວຂ້ອງ (ມາດຕາ 20 ກົດໝາຍສົ່ງເສີມການລົງທຶນ 2009).
- ອາຍຸການລົງທຶນໃນກິດຈະການສຳປະທານ ແມ່ນອີງຕາມປະເພດ, ຂະໜາດ, ມູນຄ່າການລົງທຶນ, ເງື່ອນໄຂ ຂອງກິດຈະການສຳປະທານ ຕາມລະບຽບກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງແຕ່ສູງສຸດບໍ່ໃຫ້ເກີນ 99 ປີ ແລະ ສາມາດຕໍ່ໄດ້ຕາມການຕົກລົງຂອງລັດຖະບານ ຫລື ການປົກຄອງຂອງແຂວງ ເປັນຕົ້ນ ໃນກໍລະນີທີ່ຜູ້ລົງທຶນ ໄດ້ປະຕິບັດໂຄງການທີ່ນຳເອົາຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ,ໄດ້ປະຕິບັດສັນຍາ ຢ່າງມີປະສິດທິຜົນ ແລະ ມີຜົນງານໃນການປະກອບສ່ວນ ພັດທະນາທ້ອງຖິ່ນ (ມາດຕາ 28 ກົດໝາຍສົ່ງເສີມການລົງທຶນ 2009).
- ອາຍຸການລົງທຶນໃນກິດຈະການພັດທະນາເຂດເສດຖະກິດພິເສດ-ເຂດເສດຖະກິດສະເພາະ ແມ່ນອີງຕາມປະເພດ, ຂະໜາດ, ເງື່ອນໄຂ ແຕ່ລະເຂດເສດຖະກິດພິເສດ-ເຂດເສດຖະກິດສະເພາະ ຊຶ່ງສູງສຸດບໍ່ໃຫ້ເກີນ 99 ປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ກໍລະນີ ທີ່ຜູ້ລົງທຶນໄດ້ປະຕິບັດໂຄງການທີ່ນຳເອົາຜົນປະໂຫຍດສູງສູງໃຫ້ແກ່ປະເທດຊາດ, ໄດ້ປະຕິບັດສັນຍາຢ່າງມີປະສິດທິຜົນ ແລະ ມີຜົນງານໃນການປະກອບສ່ວນ ພັດທະນາທ້ອງຖິ່ນ (ມາດຕາ 42 ກົດໝາຍສົ່ງເສີມການລົງທຶນ 2009).